ຄຳມ່ວນ ລະດົມການຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມຢູ່ 10 ເມືອງ

ຄຳມ່ວນ ລະດົມການຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມຢູ່ 10 ເມືອງ
View on original source
Category: Blend
Share
Archive
Like
ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ແຂວງຄໍາມ່ວນ ລະດົມການຊ່ວຍເຫລືອສູ່ປະຊາຊົນ ຜູ້ປະສົບໄພນໍ້າຖ້ວມ ໂດຍມອບ ເຄື່ອງອຸປະໂພກ-ບໍລິໂພກ ມູນຄ່າ 350 ລ້ານກີບ ໃຫ້ຄະນະກໍາມະການ ຄຸ້ມຄອງໄພພິບັດ 10 ເມືອງ ເພື່ອນໍາ ໄປແຈກຢາຍແກ່ປະຊາຊົນທີ່ປະສົບ ໄພ. ພິທີມອບ-ຮັບ ຈັດຂຶ້ນເມື່ອມຊ່ມານ້ີ ທີ່ຈຸດຮັບເຄ່ືອງຊ່ວຍເຫລືອ ຫ້ອງວ່າການ ແຂວງຄໍາມ່ວນ ໂດຍ ມີ ທ່ານ ເດດສັກດາ ມະນີຄໍາ ຮອງ ປະທານຄະນະກໍາມະການປົກຄອງ ແຂວງ, ປະທານຄະນະກໍາມະການ ຄຸ້ມຄອງໄພພິບັດຂັ້ນແຂວງຄຳມ່ວນ ເປັນຜູ້ຕາງໜ້າໃນການມອບຄັ້ງນີ້. ເຄື່ອງຊ່ວຍເຫລືອປະກອບມີ: ເຂົ້າສານ, ນໍ້າດື່ມ, ໝີ່ສຳເລັດຮູບ ແລະ ເຄື່ອງອຸປະໂພກ-ບໍລິໂພກທີ່ຈໍາ ເປັນ ໂດຍຈະຈັດສົ່ງຕໍ່ໃຫ້ປະຊາຊົນ ຜູ້ປະສົບໄພນ້ໍາຖ້ວມຢູ່ບັນດາເມືອງ ເພ່ືອແບ່ງເບົາຄວາມລໍາບາກ ແລະ ບັນເທົາຜົນກະທົບ ໃນໄລຍະຟື້ນຟູ ຈາກໄພພິບັດ. ຂ່າວ : ມະນີວັນ

(0)Comments

 

A note on cookies

Newshunt uses essential cookies to keep you signed in and to remember your language and country, so the site works the way you expect. With your permission, we'd also like to use analytics cookies to understand how people use Newshunt and improve it over time.

Accepting only affects analytics. To learn more, view our Privacy Policy or Terms & Conditions.